ຄ໋ອສຮຽນ ຝຶກອ່ານແລະຂຽນເລກ ສຳລັບເດັກ

หมวดหมู่: ຄະນິດສາດ
ຄອສທີ່ສົນໃຈ ແບ່ງປັນ

ກ່ຽວກັບຄອສ

ຄ໋ອດນີ້ສຳລັບເດັກອາຍຸ 4–7 ປີ ທີ່ເລີ່ມຮຽນເລກ ແລະ ສຳລັບພໍ່ແມ່ ຫຼື ຜູ້ດູແລ ທີ່ຢາກຊ່ວຍລູກຝຶກຢູ່ເຮືອນ ໃນເວລາຫວ່າງ ມື້ລະ 20–30 ນາທີ. ເລີ່ມຈາກເລກ 0 ຈົນບວກລົບໄດ້ ແລະ ແກ້ໂຈດເລກງ່າຍໆ.

📚 ເນື້ອໃນທັງໝົດ 10 ບົດ

ບົດ 1 ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5
ບົດ 2 ນັບ ອ່ານ ແລະ ຂຽນເລກ 6–10 (ກອບສິບ)
ບົດ 3 ປຽບທຽບ ຫຼາຍກວ່າ ໜ້ອຍກວ່າ ເທົ່າກັນ
ບົດ 4 ລຳດັບທີ ແລະ ເສັ້ນຈຳນວນ 0–10
ບົດ 5 ເລກ 11–20
ບົດ 6 ການບວກ ໃນ 10
ບົດ 7 ການລົບ ໃນ 10
ບົດ 8 ຮູບຮ່າງ ແລະ ແບບຮູບ
ບົດ 9 ເລກ 21–100 ແລະ ນັບຂ້າມ
ບົດ 10 ບວກ ລົບ ໃນ 20 ແລະ ໂຈດເລກ

🎁 ເດັກຈະໄດ້ຫຍັງ

  • ນັບ ອ່ານ ແລະ ຂຽນເລກ 0–100 ໄດ້ຖືກຕ້ອງ
  • ເຂົ້າໃຈຄ່າຂອງເລກ ດ້ວຍຮູບໝາກແອັບເປິນ ແລະ ໜ່ວຍໄຂ່ ບໍ່ແມ່ນການທ່ອງຈຳ
  • ປຽບທຽບ ບວກ ລົບ ເລກງ່າຍໆ
  • ຮູ້ຈັກຮູບຮ່າງ ແລະ ແກ້ໂຈດສັ້ນໆ
  • ມີນິໄສຮຽນຕໍ່ເນື່ອງ ແລະ ຮັກການຮຽນເລກ

🖥️ ອຸປະກອນທີ່ແນະນຳ

ເລືອກຕາມສະຖານທີ່

  • ແທັບເລັດ ຫຼື ໄອແພດ (ແນະນຳ): ເດັກໃຊ້ນິ້ວ ຫຼື ປາກກາແທັບເລັດ ລາກທັບຈຸດໄດ້ ຂະໜາດເໝາະກັບສອນ 1 ຕໍ່ 1 ຢູ່ໂຕະໃນຫ້ອງໜັງສື
  • ຄອມພິວເຕີ: ເໝາະຖ້າຜູ້ປົກຄອງຢາກເປີດບົດຮຽນໃນເວັບ ແລະ ເດັກນັ່ງເບິ່ງຕາມ
  • ໂປເຈັກເຕີ: ເໝາະສຳລັບສອນຫຼາຍຄົນ ເຊັ່ນ ພີ່ນ້ອງ ຫຼື ເພື່ອນບ້ານ ຮຽນພ້ອມກັນ
  • ທຸກຢ່າງຕ້ອງມີ: ເມັດຖົ່ວ ຫຼື ຂອງຈິງ (ໝາກແອັບເປິນ ໄຂ່) ເພື່ອຈັບ ແລະ ນັບ ແລະ ເຈ້ຍກັບດິນສໍໃຫ້ເດັກຂຽນດ້ວຍມື

💡 ຄຳແນະນຳ ສຳລັບຜູ້ປົກຄອງ ແລະ ຜູ້ດູແລ

  • ເລືອກເວລາຫວ່າງທີ່ເດັກສະບາຍ ບໍ່ຫິວ ບໍ່ເຫງົານອນ ມື້ລະ 20–30 ນາທີ ພໍແລ້ວ
  • ນັ່ງຂ້າງໆເດັກ ບໍ່ແມ່ນນັ່ງຕໍ່ໜ້າ ແລ້ວຊີ້ນິ້ວໃຫ້ເບິ່ງໄປພ້ອມກັນ
  • ຈັບຂອງຈິງກ່ອນ ແລ້ວຈຶ່ງເບິ່ງຮູບ ແລ້ວຈຶ່ງຂຽນເລກ
  • ຊົມເຊີຍທຸກຄັ້ງ ແມ່ນແຕ່ຕອບຜິດ ກໍ່ເວົ້າວ່າ “ເກືອບຖືກແລ້ວ ລອງໃໝ່ເດ”
  • ຢ່າຮີບ ຮຽນ 1 ບົດປະມານ 3–5 ມື້ ແລະ ຕິກແບບກວດຕົນເອງທ້າຍບົດກ່ອນໄປບົດຕໍ່ໄປ
  • ຢຸດເມື່ອເດັກເບື່ອ ຫຼິ້ນເກມ ແລ້ວຄ່ອຍກັບມາຮຽນອີກມື້ໜຶ່ງ
  • ຢ່າປຽບທຽບເດັກ ກັບເດັກຄົນອື່ນ ແຕ່ລະຄົນຮຽນໄວຊ້າບໍ່ເທົ່າກັນ

🚀 ພ້ອມແລ້ວບໍ?

ເລີ່ມຮຽນບົດທີ 1 ໄດ້ເລີຍ: ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5

แสดงเพิ่มเติม

ເນື້ອຫາຂອງຄອສ

ບົດທີ 1: ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5

ບົດທີ 2: ນັບ ອ່ານ ແລະ ຂຽນເລກ 6–10

ບົດທີ 3: ປຽບທຽບ ຫຼາຍກວ່າ ໜ້ອຍກວ່າ ເທົ່າກັນ

ບົດທີ 4: ລຳດັບທີ ແລະ ເສັ້ນຈຳນວນ 0–10

การจัดอันดับและรีวิวของผู้เรียน

ยังไม่มีรีวิว
ยังไม่มีรีวิว
Scroll to Top