ຄ໋ອສຮຽນ ຝຶກອ່ານແລະຂຽນເລກ ສຳລັບເດັກ
ກ່ຽວກັບຄອສ
ຄ໋ອດນີ້ສຳລັບເດັກອາຍຸ 4–7 ປີ ທີ່ເລີ່ມຮຽນເລກ ແລະ ສຳລັບພໍ່ແມ່ ຫຼື ຜູ້ດູແລ ທີ່ຢາກຊ່ວຍລູກຝຶກຢູ່ເຮືອນ ໃນເວລາຫວ່າງ ມື້ລະ 20–30 ນາທີ. ເລີ່ມຈາກເລກ 0 ຈົນບວກລົບໄດ້ ແລະ ແກ້ໂຈດເລກງ່າຍໆ.
📚 ເນື້ອໃນທັງໝົດ 10 ບົດ
| ບົດ 1 | ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5 |
| ບົດ 2 | ນັບ ອ່ານ ແລະ ຂຽນເລກ 6–10 (ກອບສິບ) |
| ບົດ 3 | ປຽບທຽບ ຫຼາຍກວ່າ ໜ້ອຍກວ່າ ເທົ່າກັນ |
| ບົດ 4 | ລຳດັບທີ ແລະ ເສັ້ນຈຳນວນ 0–10 |
| ບົດ 5 | ເລກ 11–20 |
| ບົດ 6 | ການບວກ ໃນ 10 |
| ບົດ 7 | ການລົບ ໃນ 10 |
| ບົດ 8 | ຮູບຮ່າງ ແລະ ແບບຮູບ |
| ບົດ 9 | ເລກ 21–100 ແລະ ນັບຂ້າມ |
| ບົດ 10 | ບວກ ລົບ ໃນ 20 ແລະ ໂຈດເລກ |
🎁 ເດັກຈະໄດ້ຫຍັງ
- ນັບ ອ່ານ ແລະ ຂຽນເລກ 0–100 ໄດ້ຖືກຕ້ອງ
- ເຂົ້າໃຈຄ່າຂອງເລກ ດ້ວຍຮູບໝາກແອັບເປິນ ແລະ ໜ່ວຍໄຂ່ ບໍ່ແມ່ນການທ່ອງຈຳ
- ປຽບທຽບ ບວກ ລົບ ເລກງ່າຍໆ
- ຮູ້ຈັກຮູບຮ່າງ ແລະ ແກ້ໂຈດສັ້ນໆ
- ມີນິໄສຮຽນຕໍ່ເນື່ອງ ແລະ ຮັກການຮຽນເລກ
🖥️ ອຸປະກອນທີ່ແນະນຳ
|
ເລືອກຕາມສະຖານທີ່
|
💡 ຄຳແນະນຳ ສຳລັບຜູ້ປົກຄອງ ແລະ ຜູ້ດູແລ
- ເລືອກເວລາຫວ່າງທີ່ເດັກສະບາຍ ບໍ່ຫິວ ບໍ່ເຫງົານອນ ມື້ລະ 20–30 ນາທີ ພໍແລ້ວ
- ນັ່ງຂ້າງໆເດັກ ບໍ່ແມ່ນນັ່ງຕໍ່ໜ້າ ແລ້ວຊີ້ນິ້ວໃຫ້ເບິ່ງໄປພ້ອມກັນ
- ຈັບຂອງຈິງກ່ອນ ແລ້ວຈຶ່ງເບິ່ງຮູບ ແລ້ວຈຶ່ງຂຽນເລກ
- ຊົມເຊີຍທຸກຄັ້ງ ແມ່ນແຕ່ຕອບຜິດ ກໍ່ເວົ້າວ່າ “ເກືອບຖືກແລ້ວ ລອງໃໝ່ເດ”
- ຢ່າຮີບ ຮຽນ 1 ບົດປະມານ 3–5 ມື້ ແລະ ຕິກແບບກວດຕົນເອງທ້າຍບົດກ່ອນໄປບົດຕໍ່ໄປ
- ຢຸດເມື່ອເດັກເບື່ອ ຫຼິ້ນເກມ ແລ້ວຄ່ອຍກັບມາຮຽນອີກມື້ໜຶ່ງ
- ຢ່າປຽບທຽບເດັກ ກັບເດັກຄົນອື່ນ ແຕ່ລະຄົນຮຽນໄວຊ້າບໍ່ເທົ່າກັນ
|
🚀 ພ້ອມແລ້ວບໍ? ເລີ່ມຮຽນບົດທີ 1 ໄດ້ເລີຍ: ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5 |
ເນື້ອຫາຂອງຄອສ
ບົດທີ 1: ຮູ້ຈັກ ນັບ ອ່ານ ແລະ ຂຽນເລກ 0–5
ບົດທີ 2: ນັບ ອ່ານ ແລະ ຂຽນເລກ 6–10
ບົດທີ 3: ປຽບທຽບ ຫຼາຍກວ່າ ໜ້ອຍກວ່າ ເທົ່າກັນ
ບົດທີ 4: ລຳດັບທີ ແລະ ເສັ້ນຈຳນວນ 0–10
การจัดอันดับและรีวิวของผู้เรียน
ยังไม่มีรีวิว
